International Dokmei Association Southeast Asia Laos ສະມາຄົມ ດອກເໝີຍສາກົນ ອາຊີອາຄະເນ ລາວ
ເນື່ອງຈາກມີປະຊາຊົນທີ່ກຳລັງປະສົບກັບຄວາມຫຍຸ້ງຍາກທາງດ້ານການເງິນ, ການຊ່ວຍເຫຼືອຂອງລັດຖະບານຈຶ່ງບໍ່ພຽງພໍສຳລັບພວກເຂົາ. ນອກຈາກນັ້ນ, ຫຼາຍຄົນຕ້ອງການສະໜອງທຶນເພື່ອສະໜັບສະໜູນສາເຫດຕ່າງໆ. ສະມາຄົມໄດ້ຮວບຮວມການບໍລິຈາກໂດຍສະໝັກໃຈຂອງເງິນທຶນ, ຊັບສິນ ແລະ ຄວາມຮູ້ຈາກຜູ້ປະກອບສ່ວນຫຼາຍຄົນ ເພື່ອສ້າງຕັ້ງສະມາຄົມ ດອກເໝີຍສາກົນ ອາຊີອາຄະເນ ລາວ, ເຊິ່ງເປັນອົງກອນທີ່ບໍ່ຫວັງຜົນກຳໄລ ແລະດຳເນີນກິດຈະກຳຂອງຕົນເປັນປະຈຳ.

ທີ່ຕັ້ງ, ພາລະບົດບາດ, ສິດ, ໜ້າທີ່, ພັນທະ
ຂອງ ສະມາຄົມ ດອກເໝີຍສາກົນ ອາຊີອາຄະເນ ລາວ
ຊື່ສະມາຄົມ
ຊື່ເປັນພາສາລາວ: ສະມາຄົມ ດອກເຫມີຍ ສາກົນ ອາຊີ ອາຄະເນ ລາວ;
ຊື່ຫຍໍ້ເປັນພາສາລາວ: ດອລ.;
– ຊື່ເປັນພາສາອັງກິດ: International Dokmei Association Southeast Asia Laos;
ຊື່ຫຍໍ້ເປັນພາສາອັງກິດ: DAL.
ຕາປະທັບຂອງສະມາຄົມ
ສະມາຄົມ ມີຕາປະທັບເປັນ ຂອງຕົນເອງ ໂດຍແມ່ນອົງການຈັດຕັ້ງທີ່ກ່ຽວຂ້ອງຂອງລັດເປັນຜູ້ອະນຸມັດຕາມຂະຫນາດ, ຮູບແບບ ແລະ ສີນໍ້າມຶກຕາມທີ່ໄດ້ກໍານົດໄວ້ໃນກົດຫມາຍ ແລະ ລະບຽບການຂອງລັດທີ່ກ່ຽວຂ້ອງ
ເປົ້າຫມາຍ ແລະ ຈຸດປະສົງການເຄື່ອນໄຫວຂອງສະມາຄົມ
ເປົ້າຫມາຍຂອງສະມາຄົມ ແມ່ນເພື່ອປະກອບສ່ວນເຂົ້າໃນແນວທາງນະໂຍບາຍຂອງພັກ ແລະ ລັດຖະບານໃນການ ພັດທະນາ ແລະ ກໍ່ສ້າງໂຄງລ່າງພື້ນຖານ
ຈຸດປະສົງ
1. ສົ່ງເສີມປະຊາຊົນບັນດາເຜົ່າໃຫ້ເຂົ້າ
ເຖິງຂໍ້ມູນການບໍລິການຂອງລັດຢ່າງທົ່ວເຖິງ
2. ສົ່ງເສີມປະຊາຊົນ, ຊຸມຊົນໃນການປູກຜັກປອດສານພິດ, ປູກພືດອໍການິກ ແບບໃຫມ່
ຂອບເຂດການເຄື່ອນໄຫວ
ສະມາຄົມ ດອກເຫມີຍ ສາກົນ ອາຊີ ອາຄະເນ ລາວ ແມ່ນອົງການຈັດຕັ້ງສັງຄົມຫນຶ່ງທີ່ມີສະມາຊິກ ແລະ ເຄື່ອນໄຫວໃນຂອບເຂດທົ່ວປະເທດ
ຫຼັກການໃນການເຄື່ອນໄຫວຂອງສະມາຄົມ
1. ຕື່ນຕົວສະໝັກໃຈ ປະກອບທຶນ, ຊັບສິນ ແລະ ສະຕິປັນຍາ ເພື່ອສ້າງຕັ້ງສະມາຄົມ ດອກເຫມີຍ
ສາກົນ ອາຊີ ອາຄະເນ ລາວ ບໍ່ຫວັງຜົນກໍາໄລ;
2. ເຄື່ອນໄຫວເປັນປະຈໍາ.
3. ກຸ້ມຕົນເອງທາງດ້ານການເງິນ, ເຕັກນິກ ແລະ ວິຊາການ;
4. ໂປ່ງໃສ, ເປີດເຜີຍ, ມີປະຊາທິປະໄຕ ແລະ ມີຄວາມສະເໝີພາບ;
5. ຮັບຜິດຊອບດ້ວຍຕົນເອງຕໍ່ໜ້າກົດໝາຍທຸກການເຄື່ອນໄຫວຂອງສະມາຄົມ;
6. ຂົນຂວາຍທຶນຈາກພາຍໃນ ແລະ ຕ່າງປະເທດ ເພື່ອມາຊ່ວຍເຫຼືອຕາມຈຸດປະສົງຂອງສະມາຄົມ.
ສິດ ແລະ ຫນ້າທີ່ຂອງສະມາຄົມ
1. ເຄື່ອນໄຫວຕາມແຜນພັດທະນາເສດຖະກິດ-ສັງຄົມ, ກົດຫມາຍ, ລະບຽບການຂອງລັດ
2. ປະສານສົມທົບກັບບັນດາກະຊວງ, ອົງການລັດທຽບເທົ່າກະຊວງ ແລະ ພະແນກການຂັ້ນແຂວງ, ຫ້ອງການຂັ້ນເມືອງ ແລະ ຂະແຫນງການຕ່າງໆ ທີ່ກ່ຽວຂ້ອງ
3. ລາຍງານສະພາບການເຄື່ອນໄຫວວຽກງານຂອງຕົນ
4. ລະດົມຂົນຂວາຍ ແລະ ຮັບເອົາການສະຫນັບສະຫນູນ, ຊ່ວຍເຫຼືອ, ການບໍລິຈາກທຶນ
5. ໃຫ້ການສະໜັບສະຫນູນດ້ານມະນຸດສະທໍາ ແລະ ຫຼຸດຜ່ອນຄວາມທຸກຍາກຂອງປະຊາຊົນ
6. ປະຕິບັດສິດ ແລະ ຫນ້າທີ່ອື່ນໆ ທີ່ໄດ້ກໍານົດໄວ້ໃນກົດຫມາຍ ແລະ ລະບຽບການຂອງລັດ.
ພັນທະຂອງສະມາຄົມ
1. ລາຍງານປະຈໍາປີໃຫ້ອົງການອະນຸມັດສ້າງຕັ້ງ ແລະ ອົງການຈັດຕັ້ງລັດທີ່ກ່ຽວຂ້ອງ
2. ເຄື່ອນໄຫວພົວພັນກັບຂົງເຂດ, ຂະແໜງການໃດ ຕ້ອງຢູ່ພາຍໃຕ້ການຄຸ້ມຄອງລັດ
3. ການລະດົມທຶນ, ຊັບສິນຂອງສະມາຄົມ ຫຼື ຮັບເອົາການບໍລິຈາກ
4. ນໍາໃຊ້ທຶນ, ຊັບສິນທັງໝົດຂອງສະມາຄົມ ທີ່ລະດົມມາໄດ້
5. ປະຕິບັດຕາມກົດໝາຍ ແລະ ລະບຽບການຂອງລັດທີ່ກ່ຽວຂ້ອງກັບການບັນຊີ, ການກວດສອບ ແລະ ກົດລະບຽບຂອງສະມາຄົມ;
6. ປະຕິບັດພັນທະອື່ນໆ ທີ່ກໍານົດໄວ້ໃນກົດ ໝາຍ ແລະ ລະບຽບການຂອງລັດທີ່ກ່ຽວຂ້ອງ.
ກ່ຽວກັບ ສະມາຄົມ
ສະມາຄົມໄດ້ສະໜອງແຫຼ່ງທຶນ, ວິຊາການ, ວິຊາການຂອງຕົນເອງຢ່າງໂປ່ງໃສ, ເປີດກວ້າງ, ມີປະຊາທິປະໄຕ, ສະເໝີພາບ, ຊອກຫາແຫຼ່ງທຶນທັງພາຍໃນ ແລະ ຕ່າງປະເທດ ເພື່ອຊ່ວຍບັນລຸເປົ້າໝາຍຂອງສະມາຄົມ, ແລະ ຮັບຜິດຊອບທຸກໜ້າທີ່ຂອງສະມາຄົມ.
ພາລະກິດຂອງສະມາຄົມແມ່ນເປັນອົງກອນການກຸສົນໃນດວງໃຈຂອງປະຊາຊົນລາວ ເພື່ອເປັນສື່ກາງໃຫ້ແກ່ຜູ້ມີສັດທາໃນການໃຫ້ການຊ່ວຍເຫຼືອໃນໄລຍະຍາວແກ່ປະຊາຊົນທີ່ຂາດເຂີນ, ໂດຍມີແນວຄິດໃໝ່ເນັ້ນໃສ່ການເຮັດວຽກຢ່າງມີປະສິດທິພາບ ແລະ ປະສິດທິຜົນຂອງທຸກໆການໃຫ້ ເພື່ອສ້າງຜົນປະໂຫຍດອັນໃຫຍ່ຫຼວງໃຫ້ແກ່ປະຊາຊົນໃນພາລະກິດຕໍ່ໄປ.
ຄວາມເຄື່ອນໄຫວ
ສະມາຄົມ ດອກເໝີຍສາກົນ ອາຊີອາຄະເນ ລາວ
ບ້ານນາໄຊ, ເມືອງໄຊເສດຖາ, ນະຄອນຫຼວງວຽງຈັນ ສປປ.ລາວ
ໂມງການ
ຈັນ – ສຸກ 08:00 – 16:00 / ເສົາ – ອາທິດ 08:00 – 12:00
