
International Dokmei Association Southeast Asia Laos
ສະມາຄົມ ດອກເໝີຍສາກົນ ອາຊີອາຄະເນ ລາວ
ເນື່ອງຈາກປະຊາຊົນ, ນັບມື້ນັບປະສົບກັບຄວາມຫຍຸ້ງຍາກທາງດ້ານການເງິນ, ການຊ່ວຍເຫຼືອຂອງລັດຖະບານແມ່ນບໍ່ພຽງພໍສໍາລັບພວກເຂົາ.
ນອກຈາກນັ້ນ, ປະຊາຊົນຈໍານວນຫຼາຍຕ້ອງການທີ່ຈະສະໜອງທຶນເພື່ອສະໜັບສະໜູນ ມີສາເຫດທີ່ແຕກຕ່າງກັນ.
ກ່ຽວກັບພວກເຮົາ
ສະມາຄົມໄດ້ສະໜອງແຫຼ່ງທຶນ, ວິຊາການ, ວິຊາການຂອງຕົນເອງຢ່າງໂປ່ງໃສ, ເປີດກວ້າງ, ມີປະຊາທິປະໄຕ, ສະເໝີພາບ, ຊອກຫາແຫຼ່ງທຶນທັງພາຍໃນ ແລະ ຕ່າງປະເທດ ເພື່ອຊ່ວຍບັນລຸເປົ້າໝາຍຂອງສະມາຄົມ ແລະ ຮັບຜິດຊອບທຸກໜ້າທີ່ຂອງສະມາຄົມ.
ພາລະກິດຂອງສະມາຄົມ ແມ່ນເປັນອົງກອນການກຸສົນໃນດວງໃຈຂອງປະຊາຊົນລາວ ເພື່ອເປັນສື່ກາງໃຫ້ແກ່ຜູ້ມີສັດທາ ໃນການໃຫ້ການຊ່ວຍເຫຼືອໃນໄລຍະຍາວແກ່ປະຊາຊົນທີ່ຂາດເຂີນ, ໂດຍມີແນວຄິດໃໝ່ເນັ້ນໃສ່ການເຮັດວຽກຢ່າງມີປະສິດທິພາບ ແລະ ປະສິດທິຜົນຂອງທຸກໆການໃຫ້ ເພື່ອສ້າງຜົນປະໂຫຍດອັນໃຫຍ່ຫຼວງໃຫ້ແກ່ປະຊາຊົນໃນພາລະກິດຕໍ່ໄປ.
ພັນທະມິດ


ພາລະບົດບາດ
ສະມາຄົມ ດອກເໝີຍສາກົນ ອາຊີອາຄະເນ ລາວ ມີຖານະເປັນນິຕິບຸກຄົນ ແມ່ນອົງການຈັດຕັ້ງທີ່ກ່ຽວຂ້ອງຂອງລັດ ເປັນຜູ້ອະນຸມັດ ແມ່ນອົງການຈັດຕັ້ງຈັດຕັ້ສັງຄົມໜຶ່ງທີ່ມີສະມາຊິກ ແລະ ເຄື່ອນໄຫວຂອບເຂດທົ່ວປະເທດ, ເປັນ ສະມາຄົມສັງຄົມສົງເຄາະ ແລະ ພັດທະນາສັງຄົມ
ເຊິ່ງມີພາລະບົດບາດສຶກສາອົມຮົມ ແລະ ເຕົ້າໂຮມຄວາມສາມັກຄີ ຊ່ວຍເຫຼືອເຊີ່ງກັນແລະກັນ ລະຫວ່າງສະມາຊິກ ແລະ ຊ່ວຍເຫຼືອສັງຄົມ ບົນພື້ນຖານກົດໝາຍ ແລະ ລະບຽບຂອງລັດ ປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທໍາຂອງສະມາຄົມ, ສະມາຊິກສະມາຄົມ ຫຼື ຊຸມຊົນ; ປະກອບສ່ວນສ້າງສາພັດທະນາປະເທດຊາດ ແລະ ລຶບລ້າງຄວາມທຸກຍາກ.
ຂ່າວສານ
ໂຄງການແຜນງານ CEGGA II ແລະ ການຮຽນຮູ້ ແລະ ແລກປ່ຽນປະສົບການແບບເພື່ອນສອນເພື່ອນ
ຄະນະກຳມະການປະສານງານອົງການຈັດຕັ້ງສັງຄົມລາວ (LCCC) ໄດ້ຈັດກອງປະຊຸມແລກປ່ຽນບົດຮຽນລະຫວ່າງພາກລັດທີ່ໄດ້ຮັບທຶນການຊ່ວຍເຫຼືອຈາກແຜນງານເຊກາ
ຄະນະກຳມະການປະສານງານອົງການຈັດຕັ້ງສັງຄົມສືບຕໍ່ຈັດງານວາງສະແດງຜົນງານ ແລະ ຜະລິດຕະພັນປະຈຳປີ 2024
ຄະນະກຳມະການປະສານງານອົງການຈັດຕັ້ງສັງຄົມຈະສືບຕໍ່ຈັດງານວາງສະແດງຜົນງານ ແລະ ຜະລິດຕະພັນຂອງອົງການຈັດຕັ້ງສັງຄົມລາວພາກເໜືອປະຈຳປີ 2024 ທີ່ເດີນທາດຫຼວງ,
ເອົາໃຈໃສ່ຕິດຕາມເຝົ້າລະວັງ ແລະ ປະຕິບັດມາດຕະການປ້ອງກັນ ແລະ ຄວບຄຸມການລະບາດຂອງ ພະຍາດໝາກສຸກລີງ Monkey Pox (Mpox) ໃນ ສປປ ລາວ
ປັດຈຸບັນມີການຢັ້ງຢືນກໍລະນີຕິດເຊື້ອພະຍາດໝາກສຸກລີງ ກໍລະນີທໍາອິດ ຢູ່ໃນ ສປປ ລາວ; ເຊິ່ງ ຜູ້ກ່ຽວມີປະຫວັດການຕິດເຊື້ອມາຈາກປະເທດໃກ້ຄຽງ,